ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ ດຶງດູດການລົງທຶນດ້ານຊັບສິນຖາວອນລວມ 3,76 ຕື້ໂດລາ

     ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ວັນທີ 10 ຕຸລາ, ສະພາເພື່ອການພັດທະນາຂອງກຳປູເຈຍ ລາຍງານວ່າ: ກຳປູເຈຍ ດຶງດູດການລົງ
ທຶນດ້ານຊັບສິນຖາວອນ ໃນໄລຍະເດືອນ ມັງກອນ ຫາ ກັນຍາ ລວມມີ 3,76 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ໃນໄລ
ຍະດຽວກັນຂອງປີກາຍ.

     ໂດຍກຳປູເຈຍ ໄດ້ອະນຸມັດໂຄງການລົງທຶນໃນໄລຍະ 9 ເດືອນທຳອິດລວມມີ 191 ໂຄງການ, ເພີ່ມຂຶ້ນ 27% ຈາກ 150 ໂຄງການໃນ
ໄລຍະເດືອນດຽວກັນຂອງປີກາຍ. ໂດຍນັກລົງທຶນຕ່າງປະເທດໃນກຳ ປູເຈຍ ລວມມີ 5 ອັນດັບ ທຳອິດ ຄື: ຈີນ, ມາເລເຊຍ, ໝູ່ເກາະ ບຣິຕິຊ
ເວີຣຈິນ (British Virgin Islands) ຂອງອັງກິດ, ສິງກະໂປ ແລະ ຫວຽດນາມ. ຂະນະດຽວກັນ, ສະຫະພັນເຂົ້າແຫ່ງ ກຳປູເຈຍ ລາຍງານ
ວ່າ: ການສົ່ງອອກເຂົ້າສານ ໃນໄລຍະ 9 ເດືອນທຳອິດຂອງ ປີ 2023 (ເດືອນ ມັງກອນ-ກັນຍາ) ຈຳ ນວນ 456.581 ໂຕນ, ສ້າງ ລາຍໄດ້
ລວມມີ 327,4 ລ້ານ ໂດລາສະຫະລັດ ໂດຍກຳປູເຈຍ ໄດ້ຈັດສົ່ງເຂົ້າສານໄປຍັງ 57 ປະເທດ ແລະ ພາກພື້ນ.

     ໃນນັ້ນ ຈີນ ຍັງສືບຕໍ່ເປັນຜູ້ຊື້ເຂົ້າລາຍໃຫຍ່ທີ່ສຸດລວມມີ 155.366 ໂຕນ, ສ້າງລາຍໄດ້ເຖິງ 99,6 ລ້ານໂດລາ ສະຫະລັດ. ທ່ານ ຈັນ ສົກ
ຮຽງ ປະທານສະຫະພັນເຂົ້າ ກຳປູເຈຍໄດ້ຕັ້ງເປົ້າການສົ່ງອອກເຂົ້າໃນປີນີ້ ໃຫ້ບັນລຸ 700.000 ໂຕນ ແລະ ອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/10/2023